023400152 tcvp2015@gmail.com
3
previous arrow
next arrow

ຂ່າວສານຂອງວິທະຍາໄລ

ຈຸດເດັ່ນຂອງວິທະຍາໄລ

      ວິທະຍາໄລເຕັກນິກແຂວງວຽງຈັນ ເປັນສະຖາບັນທີ່ຕັ້ງຢູ່ພາກກາງຂອງ ສປປລາວ, ນັກຮຽນທີ່ເຂົ້າມາຮຽນຈຳນວນ 80% ເປັນຄົນຂອງແຂວງວຽງຈັນ ແລະ ອີກ 20% ແມ່ນມາຈາກແຂວງຕ່າງໆໃນທົ່ວປະເທດເຊັ່ນ: ແຂວງໄຊສົມບຸນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ, ສະຖາບັນແຫ່ງນີ້ມີເນື້ອທີ່ກວ້າງຂວາງ , ມີຫໍພັກ, ມີເດີ່ນກິລາ, ນອກນັ້ນວິທະຍາໄລເຕັກນິກແຂວງວຽງຈັນ ມີເຄື່ອງມື-ເຄື່ອງຈັກ ທີ່ອຳນວຍຄວາມສະດວກໃນການເຮັດພາກປະຕິບັດຕົວຈິງຂອງນັກຮຽນ-ນັກສຶກສາ ແລະ ວິທະຍາໄລ ໄດ້ມີການຮ່ວມມື (MOU) ກັບສະຖານປະກອບການ, ໂຮງ ແຮມ, ຮ້ານຄ້າ ແລະ ໂຮງຈັກໂຮງງານຫຼາຍກວ່າ 40 ແຫ່ງ ເຊິ່ງມັນອຳນວຍຄວາມສະດວກໃນການລົງຝຶກງານ ແລະ ການເຮັດພາກປະຕິບັດຕົວຈິງ ອັດຕາສ່ວນຜູ້ໄດ້ວຽກເຮັດງານທຳແຍກຕາມຂະແໜງການ, ເພດ ແລະ ທີ່ຕັ້ງຂອງບ່ອນສັງກັດ 60/40 (ອີງຕາມແຜນພັດທະນາສົ່ງເສີມວຽກງານອາຊີວະສຶກສາ ປະຈຳປີ 2019)

ແນະນຳພາກວິຊາ ແລະ ບັນດາຫຼັກສູດທີ່ເປີດສອນ

ວິທະຍາໄລເຕັກນິກ ແຂວງວຽງຈັນ ປະກອບມີ 8 ພາກວິຊາ ແລະ ມີຫຼັກສູດລວມທັງໝົດ 27 ຫຼັກສູດ ທີ່ໄດ້ຈັດການຮຽນ-ການສອນ ຢູ່ແຕ່ລະພາກວິຊາ

ພາກວິຊາບໍລິຫານທຸລະກິດ

ພາກວິຊາໄຟຟ້າ

ພາກວິຊາກົນຈັກ

ພາກວິຊາເຄຫາສະຖານ

ພາກວິຊາຄະຫະກຳ

ພາກວິຊາປ່າໄມ້ສິ່ງແວດລ້ອມ

ພາກວິຊາກະສິກຳ

ພາກວິຊາການໂຮງແຮມ ແລະ ທ່ອງທ່ຽວ

ຄະນະອຳນວຍການ

ຜູ້ອຳນວຍການ ທ່ານ ທອງຫຼໍ່ ວິໄລທອງ

ຮອງ ທ່ານ ນາງ ກົງຈິດ ນ້ອຍເທບອຳນວຍ

ຮອງ ທ່ານ ຈັນທະວົງ ແກ້ວວິໄລ

ສະຖິຕິຄູ ແລະ ນັກຮຽນ-ນັກສຶກສາ

0
ຄູທັງໝົດ
0
ຍິງ
0
ນັກຮຽນ-ນັກສຶກສາທັງໝົດ
0
ຍິງ

ທີ່ຕັ້ງ,ຂອບເຂດ, ພູມສັນຖານ

ວິທະຍາໄລເຕັກນິກແຂວງວຽງຈັນ ຕັ້ງຢູ່ບ້ານນາເຄືອ, ເມືອງວຽງຄຳ ແຂວງວຽງຈັນ ເຊິ່ງເປັນຕົວເມືອງເທດສະບານ ຢູ່ລະຫວ່າງກາງຂອງ ສາມຕົວເມືອງຄື: ເມືອງທຸລະຄົມ, ເມືອງແກ້ວອຸດົມ ແລະ ເມືອງໂພນໂຮງ ໂດຍມີເຂດດິນແດນຕິດຈອດກັນຄື:
  • ທິດເໜືອຕິດກັບກອງບັນຊາການ ປກສ ເມືອງວຽງ ຄຳ;
  • ທິດໄຕ້ຕິດກັບ ບ້ານໜອງປາຂາວ;
  • ທິດຕາເວັນອອກຕິດກັບ ກອງບັນຊາການ ປກສ ແຂວງວຽງຈັນ;
  • ທິດຕາເວັນຕົກຕິດກັບ ພະແນກຈັດຕັ້ງແຂວງວຽງຈັນ.

ແຜນທີ່ ວິທະຍາໄລ

Scroll to Top