ຄະນະບໍລິຫານງານ ຮາກຖານຊາວໜຸ່ມວິທະຍາໄລເຕັກນິກແຂວງວຽງຈັນໄດ້ຮັບນາມມະຍົດ4ບຸກ.
ພິທີມອບໃບຢັ້ງຢືນ4ບຸກໃຫ້ແກ່ຄະນະບໍລິຫານງານຮາກຖານຊາວໜຸ່ມວິທະຍາໄລເຕັກນິກແຂວງວຽງຈັນ,ໄດ້ ຈັດຂຶ້ນໃນວັນທີ 23 ທັນວາ 2021ນີ້, ຢູ່ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ໂດຍແມ່ນ ທ່ານ ດາວສະຫວັນ ຣາດຊະວົງ ຮອງເລ ຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ເປັນຜູ້ມອບ ແລະ ທ່ານ ອາຈານ ທອງສາ ອິນທະວົງ ເລຂາຄະນະບໍ ລິຫານງານຮາກຖານຊາວໜຸ່ມ,ຄະນະອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນເປັນຜູ້ຮັບໂດຍມີ ທ່ານ ອາຈານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິໄລຍະໄລເຕັກນິກແຂວງວຽງຈັນ ພ້ອມດ້ວຍຄູ,ອາຈານ, ສະມາຊາຊິກຊາວໜຸ່ມ ພາຍໃນ 6 ໜ່ວຍທີ່ຂຶ້ນກັບຮາກຖານຊາວໜຸ່ມວິທະຍາໄລເຕັກນິກແຂວງ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ອາຈານ ທອງສາ ອິນທະວົງ ເລຂາຄະນະບໍລິຫານງານຮາກຖານຊາວໜຸ່ມວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ລາຍງານບົດປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານວິທະຍາໄລເຕັກນິກ ແຂວງວຽງຈັນປະຈຳປີ 2021 ແລະ ທິດທາງ 2022 ວ່າ: ໄດ້ເອົາໃຈໃສ່ນຳພາສະມາຊິກຈັດຕັ້ງປະຕິບັດໃນ 4 ດ້ານຄື: ດ້ານແນວຄິດແມ່ນໄດ້ເອົາໃຈໃສ່ສຶກສາອົບຮົບການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມ ທຸກສະຫາຍມີ ແນວຄິດອຸ່ນອ່ຽນທຸນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກມີນ້ຳໃຈຮັກຊາດ,ຮັກບ້ານເກີດເມືອງນອນເອົາໃຈໃສ່ຈັດຕັ້ງການຮຽນ-ການສອນຢ່າງມີຜົນສຳເລັດຕີລາຄາໄດ້95%,ດ້ານການຝຶກຝົນຫຼໍ່ຫຼອມ-ຮໍ່າຮຽນໄດ້ເອົາໃຈໃສ່ຮຽນຮຽນທິດສະດີ-ການເມືອງ,ຮຽນຮູ້ດ້ານວິຊາສະເພາະເຕັກໂນໂລຊີ,ພາສາຕ່າງປະເທດເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງຕົນຢູ່ສະເໝີ,ຮໍ່າຮຽນເອົາມູນເຊື້ອຄຸນສົມບັດແລະສິນທຳປະຕິຫວັດຂອງຜູ້ນຳເພື່ອນຳມາເປັນແບບຢ່າງແລະໝູນໃຊ້ເຂົ້າໃນຊີວິດ ຕົວຈິງຂອງແຕ່ລະສະຫາຍໄດ້94%,ດ້ານການຈັດຕັ້ງໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງຮາກຖານໃຫ້ມີຄວາມເຂັ້ມແຂວງໜັກແໜ້ນປັດຈຸບັນມີຄະນະທັງໝົດ 7 ສະຫາຍມີ 6 ໜ່ວຍຊາວໜຸມຂຶ້ນກັບ,ໄດ້ຂະຫຍາຍສະມາຊິກໃນແຕ່ລະປີ ແລະໄດ້ສ້າງຕັ້ງກອງອາສາຊາວໜຸ່ມຕະລຸມບອນໄດ້95%.ດ້ານວິຊາຊີບວຽກເຮັດງານທຳໄດ້ສົມທົບກັບພາກສ່ວນກ່ຽວ ຂ້ອງໃນການຝຶກອົບຮົມ,ການສອນວິຊາຊີບໃຫ້ຊາວໜຸ່ມເພື່ອນຳໄປປະກອບອາຊີບໃນຕໍ່ໜ້າໃນສາຂາຕ່າງໆເຊັ່ນໄຟຟ້າ,ປຸງແຕ່ງ,ຕັດຫຍິບສ້ອມແປງແລະອື່ນໆເພື່ອໃຫ້ເຂົາເຈົ້າມີອາຊີບສ້າງລາຍໄດ້ຫາລ້ຽງຕົນເອງແລະຄອບຄົວໃນຕໍ່ໜ້າໄດ້94%. ໃນພິທີຍັງໄດ້ມອບໃບຍັ້ງຢືນໜ່ວນຊາວໜຸ່ມ4ບຸກໃຫ້ທັງ6ໜ່ວຍແລະສະມາຊິກທັງໝົດ1.834ສະຫາຍ,ຍິງ 886ສະຫາຍ,ດ້ານທ່ານ ອາຈານ ທອງຫຼໍ ວິໄລທອງ ແລະ ທ່ານ ດາວສະຫວັນ ຣາດຊະວົງ ກໍ່ໄດ້ໂອ້ລົມແລະເນັ້ນໃຫ້ ຄະນະບໍລິຫານງານຊາວໜຸ່ມຮາກຖານວິທະຍາໄລເຕັກນິກຈົ່ງສືບຕໍ່ນຳພາເສີມຂະຫຍາມຈຸດດີເພື່ອຮັກສານາມມະຍົດ4 ບຸກໄວ້ໃຫ້ໝັ້ນຄົງຕະຫຼອດໄປ