
ໃນຕອນບ່າຍຂອງວັນທີ 14 ມັງກອນ 2022 ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ສະມາຊິກພັກ ແລະ ພະນັກງານທັງໝົດຂອງວິທະຍາໄລເຕັກນິກ ແຂວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ທອງຫຼໍ ວິໄລທອງ ຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ, ເຊິ່ງໄດ້ມີພະນັງງານຂອງວິທະຍາໄລທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະບໍລິຫານງານ ຮາກຖານຊາວໜຸ່ມວິທະຍາໄລເຕັກນິກແຂວງວຽງຈັນໄດ້ຮັບນາມມະຍົດ4ບຸກ. Previous Next ພິທີມອບໃບຢັ້ງຢືນ4ບຸກໃຫ້ແກ່ຄະນະບໍລິຫານງານຮາກຖານຊາວໜຸ່ມວິທະຍາໄລເຕັກນິກແຂວງວຽງຈັນ,ໄດ້ ຈັດຂຶ້ນໃນວັນທີ 23 ທັນວາ 2021ນີ້, ຢູ່ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ໂດຍແມ່ນ ທ່ານ ດາວສະຫວັນ ຣາດຊະວົງ ຮອງເລ ຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ເປັນຜູ້ມອບ ແລະ ທ່ານ ອາຈານ ທອງສາ ອິນທະວົງ ເລຂາຄະນະບໍ ລິຫານງານຮາກຖານຊາວໜຸ່ມ,ຄະນະອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນເປັນຜູ້ຮັບໂດຍມີ ທ່ານ ອາຈານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິໄລຍະໄລເຕັກນິກແຂວງວຽງຈັນ ພ້ອມດ້ວຍຄູ,ອາຈານ, ສະມາຊາຊິກຊາວໜຸ່ມ ພາຍໃນ 6 ໜ່ວຍທີ່ຂຶ້ນກັບຮາກຖານຊາວໜຸ່ມວິທະຍາໄລເຕັກນິກແຂວງ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ອາຈານ ທອງສາ ອິນທະວົງ ເລຂາຄະນະບໍລິຫານງານຮາກຖານຊາວໜຸ່ມວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ລາຍງານບົດປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານວິທະຍາໄລເຕັກນິກ ແຂວງວຽງຈັນປະຈຳປີ 2021 ແລະ ທິດທາງ 2022 ວ່າ: ໄດ້ເອົາໃຈໃສ່ນຳພາສະມາຊິກຈັດຕັ້ງປະຕິບັດໃນ 4 ດ້ານຄື: ດ້ານແນວຄິດແມ່ນໄດ້ເອົາໃຈໃສ່ສຶກສາອົບຮົບການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມRead More…

ແຈ້ງການ ສືບຕໍ່ຮັບນັກຮຽນ ເຂົ້າຮຽນທີ່ວິທະຍາໄລເຕັກນິກແຂວງວຽງຈັນ ສຳຫຼັບສົກຮຽນ 2021-2022 ເຖິງວັນທີ 28 ມັງກອນ 2022

ໃນວັນທີ 17 ທັນວາ 2021 ນີ້, ຢູ່ທີ່ຫ້ອງປະຊຸມວິທະຍາ ໄລເຕັກນິກແຂວງວຽງຈັນ ໄດ້ຈັດພິທີຮັບຮອງເອົາ 5 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານວິທະຍາໄລເຕັກນິກແຂວງວຽງຈັນ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ຄື: ໜ່ວຍພັກພະແນກຈັດຕັ້ງ-ບໍລິຫານ ແລະ ຄະຫະກຳ, ໜ່ວຍພັກພະແນກວິຊາການ ແລະ ພາກວິຊາກະສິກຳ, ໜ່ວຍພັກພະແນກກິດຈະການ ແລະ ປ່າໄມ້ສິ່ງແວດລ້ອມ, ໜ່ວຍພັກພາກວິຊາບໍລິຫານທຸລະກິດ ແລະ ໄຟຟ້າ, ໜ່ວຍພັກພາກວິຊາເຄຫາສະຖານ ແລະ ເຕັກໂນໂລຊີ ໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ໂດຍ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ແລະ ຮັບໂດຍເລຂາໜ່ວຍພັກ 5 ໜ່ວຍດັ່ງກ່າວ, ເຂົ້າຮ່ວມໃນພິທີຄັ້ງນີ້ ມີ ສະຫາຍ ອ໋ອດ ແສງພິມ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງ, ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງທັງ 5Read More…

ແຈ້ງການຂອງທ່ານຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ.#ເລື່ອງ: ການຮັບສະໝັກນັກຮຽນທີ່ຈົບປະຖົມ (ປໍ5) ຂຶ້ນໄປ ເຂົ້າຮຽນວິຊາຊີບຊັ້ນຕົ້ນ ລະດັບ1 (C1) ທີວິທະຍາໄລເຕັກນິກ ແຂວງວຽງຈັນ ພາຍໃຕ້ໂຄງການ SSTVET ສົກຮຽນ 2020-2021.

ຕອນບ່າຍຂອງວັນທີ 11 ກຸມພາ 2021 ສະມາຊິກສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໄດ້ລົງໂຄສະນາຫາສຽງຢູ່ທີ່ ວິທະຍາໄລເຕັກນິກ ແຂວງວຽງຈັນ ເຊິ່ງນຳພາໂດຍ ທ່ານ ພອນເພັດ ຈິດຕະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ຜູ້ສະໝັກ ສສຂ ທັງ 05 ທ່ານ ຄື: ເບີ01 ທ່ານ ສວຍ ວົງສາລາດ ເບີ02 ທ່ານ ວັນໄຊ ເນຕິບັນດິດ ເບີ03 ທ່ານ ນາງ ຂັນຄຳ ສຸດຊະນະຫົງເບີ04 ທ່ານ ສາຍໃຈ ພົງສະນິດ ເບີ05 ທ່ານ ຕຽງຄຳ ແສງສຸລິຈັນ. ກ່າວຕ້ອນຮັບໂດຍ ທ່ານ ທອງຫຼ່ໍ ວິໄລທອງ ເລຂາຄະນະພັກຮາກຖານວິທະຍາໄລ ຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ໄດ້ມີຜູ້ເຂົ້າຮ່ວມທັງໝົດ 540 ຄົນ, ເປັນພະນັກງານຄູ-ອາຈານ ຈຳນວນRead More…

ໃນຕອນເຊົ້າຂອງວັນທີ 10 ກຸມພາ 2021 ສະຫະພັນກຳມະບານ ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 65 ປີ (01 ກຸມພາ 1956 – 01 ກຸມພາ 2021) ໃຫ້ກຽດເປັນປະທານໂດຍ ສະຫາຍ ທອງຫຼໍ ວິໄລທອງ ເລຂາຄະນະພັກຮາກຖານວິທະຍາໄລ, ຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ, ເຊິ່ງໄດ້ມີສະມາຊິກກຳມະບານທີ່ເປັນພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນຕອນບາຍຂອງວັນທີ 09 ກຸມພາ 2021 ສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ/ເອດ (APL+) ໄດ້ມາຈັດຕັ້ງປະຕິບັດກິດຈະກຳທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ເຊິ່ງໄດ້ມີຄູ-ອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ ເນື້ອໃນຂອງກິດຈະກຳໃນຄັ້ງນີ້ແມ່ນໄດ້ເຜີ່ຍແຜ່ຄວາມຮູ້ຕ່າງໆດັ່ງນີ້: 1) ຄວາມຮູ້ພື້ນຖານກ່ຽວກັບໂຄວິດ-19; 2) ຄວາມຮູ້ພື້ນຖານກ່ຽວກັບເຊື້ອເຮສໄອວີ/ພະຍາດເອດ; 3) ສາທິດການໃຊ້ຖົງຢາງອານາໄມທີ່ຖືກວິທີ; 4) ສົນທະນາຖາມ-ຕອບໃນຫົວຂໍ້”ເພດສຶກສາ”.ເຊິ່ງລ້ວນແລ້ວແຕ່ເປັນຫົວຂໍ້ທີ່ນັກຮຽນ-ນັກສຶກສາໃຫ້ຄວາມສົນໃຈຫຼາຍ.

ວັນທີ 05 ກຸມພາ 2021 ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຕ້ອນຮັບຄະນະຜູ້ບໍລິຫານ ແລະ ຄູ-ອາຈານ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງສະຫວັນນະເຂດ ທີ່ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນດ້ານ 3 ອົງການຈັດຕັ້ງ ແລະ ວຽກງານວິຊາການ ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ເປັນກຽດເປັນປະທານໄດ້ແກ່: 1. ທ່ານ ທອງຫຼ່ໍ ວິໄລທອງ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວິທະຍາໄລເຕັກນິກ ແຂວງວຽງຈັນ;2. ທ່ານ ນ.ກົງຈິດ ນ້ອຍເທບອໍານວຍ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການ, ຜູ້ຊີ້ນຳວຽກງານສະຫະພັນແມ່ຍິງ ວິທະຍາໄລເຕັກນິກ ແຂວງວຽງຈັນ; 3. ທ່ານ ທອງສາ ອິນທະວົງ ຄະນະພັກຮາກຖານ, ຮອງຜູ້ອຳນວຍການ, ເລຂາຊາວໜຸ່ມຮາກຖານ ວິທະຍາໄລເຕັກນິກ ແຂວງວຽງຈັນ;4. ທ່ານ ບຸນຕາ ອຸທອນຮັກ ຮອງຜູ້ອຳນວຍການ, ປະທານສະຫະພັນກໍາມະບານ ວິທະຍາໄລເຕັກນິກ ແຂວງວຽງຈັນ;5. ທ່ານRead More…

ໃນຕອນບ່າຍຂອງວັນທີ 3 ກຸມພາ 2021 ສະຫະພັນກຳມະບານວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຈັດພິທີຮັບສະມາຊິກກຳມະບານໃໝ່ຂຶ້ນ ໂດຍການເປັນປະທານຂອງ ທ່ານ ທອງຫຼໍ ວິໄລທອງ ເລຂາຄະນະພັກຮາກຖານວິທະຍາໄລເຕັກນິກແຂວງວຽງຈັນ, ທ່ານ ບຸນຕາ ອຸທອນຮັກ ປະທານສະຫະພັນກຳມະບານວິທະຍາໄລ, ທ່ານ ທອງສາ ອິນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານວິທະຍາໄລ ແລະ ທ່ານ ນາງ ອຳພອນ ວິໄລຫອມ ວ່າການປະທານສະຫະພັນແມ່ຍິງວິທະຍາໄລ. ເຊິ່ງພິທີຄັ້ງນີ້ໄດ້ຮັບສະມາຊິກໃໝ່ຈຳນວນ261ສະຫາຍ, ຍິງ 156 ສະຫາຍ ຈາກນັກຮຽນ-ນັກສຶກສາແຕ່ລະພາກວິຊາຂອງວິທະຍາໄລເຕັກນິກ ແຂວງວຽງຈັນ.