
ໃນຕອນບ່າຍຂອງ ວັນທີ 14 ທັນວາ 2022 ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາວັນຊາດ ສປປ ລາວ ຄົບຮອບ 47 ປີ (02 ທັນວາ 1975 – 02 ທັນວາ 2022) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920 – 13 ທັນວາ 2022) ຂຶ້ນ ເພື່ອເປັນການເຜີ່ຍແຜ່ເອກະສານ ໃຫ້ແກ່ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາຂອງວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ເຊື່ອມຊຶ່ມມູນເຊື່ອ, ຄວາມໝາຍຄວາມສຳຄັນຂອງວັນຊາດ 2 ທັນວາ ແລະ ຊີວິດ ການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ. ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານRead More…

ວັນທີ 07 ທັນວາ 2022 ວິທະຍາໄລເຕັກນິກ ແຂວງວຽງຈັນ, ວິທະຍາເຂດວັງວຽງ ໄດ້ຮັບກຽດຕ້ອນຮັບ ສົມເດດ ພຣະຣາຊາ ຄຣັງ ດຸກ ອັງຣີ ແຫ່ງຣາຊະອານາຈັກ ລຸກຊຳບວກ ພ້ອມດ້ວຍຄະນະ, ທີ່ໄດ້ໃຫ້ກຽດມາຢ້ຽມຊົມໂຮງແຮມຝຶກປະຕິບັດ The Academy ຂອງວິທະຍາໄລເຕັກນິກ ແຂວງວຽງຈັນ, ວິທະຍາເຂດວັງວຽງ.

ວັນທີ 6 ທັນວາ 2022 ເປັນກຽດເປັນປະທານພິທີເປີດຝືກອົບຮົມ (ອອນລາຍ) ລົດຍົນພະລັງງານໃຫມ່ໃຫ້ກັບ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໂດຍ ທ່ານ ສຈ ຮັນ ທິເວິນ ຮອງອະທິການບໍດີ ມະຫາວິທະຍາໄລອາຊີວະສຶກສາ ອຸດສາຫະກໍາ ແລະ ເຕັກໂນໂລຊີ ເຫີເປ່ ແລະ ທ່ານ ທອງສາ ອິນທະວົງ ຮອງຜູ້ອໍານວຍການວິທະຍາໄລເຕັກນິກແຂວງວຽງຈັນ ມີແຂກຈາກສປ ຈີນເຂົ້າຮ່ວມ, ຈາກພະແນກ, ພາກວິຊາອ້ອມຂ້າງ ການຝືກອົບຮົມຄັ້ງນີ້ແມ່ນພາຍໃຕ້ການຮ່ວມມືລະຫວ່າງສອງສະຖານສຶກສາ ເພື່ອໃຫ້ຄູ ແລະ ນັກຮຽນປີສຸດທ້າຍຮູ້ລະບົບ ແລະ ຫຼັກການເຮັດວຽກຂອງ ລົດພະລັງງານໃຫມ່ເພື່ອສາມາດຮອງຮັບການນໍາໃຊ້ລົດພະລັງງານໃຫມ່ໃນຕໍ່ຫນ້າ ການຝຶກອົບຮົມຄັ້ງນີ້ແມ່ນຈະດຳເນີນການເປັນ ເວລາ 4 ວັນ.

ຕ້ອນຮັບການຢ້ຽມຢາມຂອງທ່ານຮອງລັດຖະມົນຕີກະຊວງແຜນການ-ການລົງທຶນ ພ້ອມເອກອັກຄະລັດຖະທູດ ແລະ ອຸປະທູດ, ຕອນບ່າຍຂອງວັນທີ16ພຶດສະພາ ປີ2022 ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ພາກວິຊາການໂຮງແຮມ ແລະ ທ່ອງທ່ຽວ (ເມືອງວັງວຽງ)ໂຮງແຮມຝຶກປະຕິບັດ ໄດ້ມີພິທີການຕ້ອນຮັບການຢ້ຽມຢາມຂອງທ່ານຮອງລັດຖະມົນຕີກະຊວງແຜນການ-ການລົງທຶນ ພ້ອມເອກອັກຄະລັດຖະທູດ ແລະ ອຸປະທູດ, ຫົວໜ້າກົມອາຊີວະສຶກສາ ແລະ ຜູ້ອໍານວຍການວິທະຍາໄລເຕັກນິກແຂວງວຽງຈັນ, ຄະນະພາກວິຊາ ພ້ອມແຂກທີຖືກເຊີນເຂົ້າຮ່ວມ ແລະ ຍັງໄດ້ທ່ຽວຊົມທຸກພະແນກຂອງໂຮງແຮມ ພ້ອມຮັບປະທານອາຫານທ່ຽງທີຮ້ານອາຫານໂຮງແຮມຝຶກປະຕິບັດ Previous Next

ຄະນະບໍລິຫານງານ ຮາກຖານຊາວໜຸ່ມວິທະຍາໄລເຕັກນິກແຂວງວຽງຈັນໄດ້ຮັບນາມມະຍົດ4ບຸກ. Previous Next ພິທີມອບໃບຢັ້ງຢືນ4ບຸກໃຫ້ແກ່ຄະນະບໍລິຫານງານຮາກຖານຊາວໜຸ່ມວິທະຍາໄລເຕັກນິກແຂວງວຽງຈັນ,ໄດ້ ຈັດຂຶ້ນໃນວັນທີ 23 ທັນວາ 2021ນີ້, ຢູ່ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ໂດຍແມ່ນ ທ່ານ ດາວສະຫວັນ ຣາດຊະວົງ ຮອງເລ ຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ເປັນຜູ້ມອບ ແລະ ທ່ານ ອາຈານ ທອງສາ ອິນທະວົງ ເລຂາຄະນະບໍ ລິຫານງານຮາກຖານຊາວໜຸ່ມ,ຄະນະອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນເປັນຜູ້ຮັບໂດຍມີ ທ່ານ ອາຈານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິໄລຍະໄລເຕັກນິກແຂວງວຽງຈັນ ພ້ອມດ້ວຍຄູ,ອາຈານ, ສະມາຊາຊິກຊາວໜຸ່ມ ພາຍໃນ 6 ໜ່ວຍທີ່ຂຶ້ນກັບຮາກຖານຊາວໜຸ່ມວິທະຍາໄລເຕັກນິກແຂວງ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ອາຈານ ທອງສາ ອິນທະວົງ ເລຂາຄະນະບໍລິຫານງານຮາກຖານຊາວໜຸ່ມວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ລາຍງານບົດປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານວິທະຍາໄລເຕັກນິກ ແຂວງວຽງຈັນປະຈຳປີ 2021 ແລະ ທິດທາງ 2022 ວ່າ: ໄດ້ເອົາໃຈໃສ່ນຳພາສະມາຊິກຈັດຕັ້ງປະຕິບັດໃນ 4 ດ້ານຄື: ດ້ານແນວຄິດແມ່ນໄດ້ເອົາໃຈໃສ່ສຶກສາອົບຮົບການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມRead More…

ແຈ້ງການ ສືບຕໍ່ຮັບນັກຮຽນ ເຂົ້າຮຽນທີ່ວິທະຍາໄລເຕັກນິກແຂວງວຽງຈັນ ສຳຫຼັບສົກຮຽນ 2021-2022 ເຖິງວັນທີ 28 ມັງກອນ 2022

ໃນວັນທີ 17 ທັນວາ 2021 ນີ້, ຢູ່ທີ່ຫ້ອງປະຊຸມວິທະຍາ ໄລເຕັກນິກແຂວງວຽງຈັນ ໄດ້ຈັດພິທີຮັບຮອງເອົາ 5 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານວິທະຍາໄລເຕັກນິກແຂວງວຽງຈັນ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ຄື: ໜ່ວຍພັກພະແນກຈັດຕັ້ງ-ບໍລິຫານ ແລະ ຄະຫະກຳ, ໜ່ວຍພັກພະແນກວິຊາການ ແລະ ພາກວິຊາກະສິກຳ, ໜ່ວຍພັກພະແນກກິດຈະການ ແລະ ປ່າໄມ້ສິ່ງແວດລ້ອມ, ໜ່ວຍພັກພາກວິຊາບໍລິຫານທຸລະກິດ ແລະ ໄຟຟ້າ, ໜ່ວຍພັກພາກວິຊາເຄຫາສະຖານ ແລະ ເຕັກໂນໂລຊີ ໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ໂດຍ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ແລະ ຮັບໂດຍເລຂາໜ່ວຍພັກ 5 ໜ່ວຍດັ່ງກ່າວ, ເຂົ້າຮ່ວມໃນພິທີຄັ້ງນີ້ ມີ ສະຫາຍ ອ໋ອດ ແສງພິມ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງ, ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງທັງ 5Read More…

ແຈ້ງການຂອງທ່ານຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ.#ເລື່ອງ: ການຮັບສະໝັກນັກຮຽນທີ່ຈົບປະຖົມ (ປໍ5) ຂຶ້ນໄປ ເຂົ້າຮຽນວິຊາຊີບຊັ້ນຕົ້ນ ລະດັບ1 (C1) ທີວິທະຍາໄລເຕັກນິກ ແຂວງວຽງຈັນ ພາຍໃຕ້ໂຄງການ SSTVET ສົກຮຽນ 2020-2021.

ຕອນບ່າຍຂອງວັນທີ 11 ກຸມພາ 2021 ສະມາຊິກສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໄດ້ລົງໂຄສະນາຫາສຽງຢູ່ທີ່ ວິທະຍາໄລເຕັກນິກ ແຂວງວຽງຈັນ ເຊິ່ງນຳພາໂດຍ ທ່ານ ພອນເພັດ ຈິດຕະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ຜູ້ສະໝັກ ສສຂ ທັງ 05 ທ່ານ ຄື: ເບີ01 ທ່ານ ສວຍ ວົງສາລາດ ເບີ02 ທ່ານ ວັນໄຊ ເນຕິບັນດິດ ເບີ03 ທ່ານ ນາງ ຂັນຄຳ ສຸດຊະນະຫົງເບີ04 ທ່ານ ສາຍໃຈ ພົງສະນິດ ເບີ05 ທ່ານ ຕຽງຄຳ ແສງສຸລິຈັນ. ກ່າວຕ້ອນຮັບໂດຍ ທ່ານ ທອງຫຼ່ໍ ວິໄລທອງ ເລຂາຄະນະພັກຮາກຖານວິທະຍາໄລ ຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ໄດ້ມີຜູ້ເຂົ້າຮ່ວມທັງໝົດ 540 ຄົນ, ເປັນພະນັກງານຄູ-ອາຈານ ຈຳນວນRead More…