
ໃນຕອນເຊົ້າຂອງວັນທີ 10 ກຸມພາ 2021 ສະຫະພັນກຳມະບານ ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 65 ປີ (01 ກຸມພາ 1956 – 01 ກຸມພາ 2021) ໃຫ້ກຽດເປັນປະທານໂດຍ ສະຫາຍ ທອງຫຼໍ ວິໄລທອງ ເລຂາຄະນະພັກຮາກຖານວິທະຍາໄລ, ຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ, ເຊິ່ງໄດ້ມີສະມາຊິກກຳມະບານທີ່ເປັນພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ວັນທີ 05 ກຸມພາ 2021 ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຕ້ອນຮັບຄະນະຜູ້ບໍລິຫານ ແລະ ຄູ-ອາຈານ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງສະຫວັນນະເຂດ ທີ່ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນດ້ານ 3 ອົງການຈັດຕັ້ງ ແລະ ວຽກງານວິຊາການ ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ເປັນກຽດເປັນປະທານໄດ້ແກ່: 1. ທ່ານ ທອງຫຼ່ໍ ວິໄລທອງ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວິທະຍາໄລເຕັກນິກ ແຂວງວຽງຈັນ;2. ທ່ານ ນ.ກົງຈິດ ນ້ອຍເທບອໍານວຍ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການ, ຜູ້ຊີ້ນຳວຽກງານສະຫະພັນແມ່ຍິງ ວິທະຍາໄລເຕັກນິກ ແຂວງວຽງຈັນ; 3. ທ່ານ ທອງສາ ອິນທະວົງ ຄະນະພັກຮາກຖານ, ຮອງຜູ້ອຳນວຍການ, ເລຂາຊາວໜຸ່ມຮາກຖານ ວິທະຍາໄລເຕັກນິກ ແຂວງວຽງຈັນ;4. ທ່ານ ບຸນຕາ ອຸທອນຮັກ ຮອງຜູ້ອຳນວຍການ, ປະທານສະຫະພັນກໍາມະບານ ວິທະຍາໄລເຕັກນິກ ແຂວງວຽງຈັນ;5. ທ່ານRead More…

ໃນຕອນບ່າຍຂອງວັນທີ 4 ກຸມພາ 2021 ວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີ່ຍແຜ່ເອກະສານ ໃນຫົວຂໍ້ “ການເຄື່ອນຍ້າຍແຮງງານແບບປອດໄພ” ໃຫ້ກັບພະນັກງານຄູ-ອາຈານ ແລະ ນັກສຶກສາປີສຸດທ້າຍ ໂດຍໃຫ້ກຽດເຜີ່ຍແຜ່ຄັ້ງນີ້ໂດຍ ທ່ານ ສົມທອງ ພິມມະສອນ ຮອງຫົວໜ້າພະແນກກິດຈະການ.

ແຈ້ງການຂອງວິທະຍາໄລເຕັກນິກແຂວງວຽງຈັນ ສະບັບເລກທີ 0577/ວຕ.ວຈ,ລົງວັນທີ 10 ມີຖຸນາ 2020 ເລື່ອງການເປີດການຮຽນ-ການສອນຄືນໃໝ່ຂອງນັກຮຽນ-ນັກສຶກສາ ປີທີ 1 ແລະ ປີທີ 2 ເລີ່ມແຕ່ວັນທີ 15 ເປັນຕົ້ນໄປ.

ວັນທີ 13 ມີນາ 2020 ວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ຈັດງານນັດພົບແຮງງານ 2020 ທີ່ສາຂາເມືອງວັງວຽງ ເຊິ່ງໃຫ້ກຽດເປັນປະທານ ໂດຍ ທ່ານ ທອງຫຼໍ່ ວິໄລທອງ ຜູ່ອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນ ແລະ ມີສະຖານປະກອບການຫຼາຍກວ່າ 10 ແຫ່ງ ທີ່ຖືກເຊີນເຂົ້າຮ່ວມງານໃນຄັ້ງນີ້ ຈຸດປະສົງຂອງງານນັດພົບແຮງງານ 2020 ເພື່ອອໍານວຍຄວາມສະດວກ ແລະ ເປີດໂອກາດໃຫ້ແກ່ນັກຮຽນທີ່ຮຽນຈົບຈໍານວນ 44 ນ້ອງ ໃນ 2ຫຼັກສູດຄື: ພະນັກງານອະນາໄມໃນຂະແໜງທີ່ພັກແຮມ ແລະ ພະນັກງານປຸງແຕ່ງອາຫານລາວ ໃນລະດັບວິຊາຊີບຊັ້ນຕົ້ນ (C1) ຂອງໂຄງການ LAO 029 ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ໃນນັ້ນ, ຜູ່ອຳນວຍການ ພ້ອມດ້ວຍຕົວແທນຈາກສະຖານປະກອບການ ກໍ່ໄດ້ຢ້ຽມຊົມ ຜົນງານການປະຕິບັດຕົວຈິງ ຂອງນັກຮຽນ ແລະ ໄດ້ພົບປະ, ສຳພາດນັກຮຽນ ໃນສອງຂະແໜງວິຊາດັ່ງກ່າວ ໃນການຊອກວຽກເຮັດງານທຳ.

ສິນໄຊຍຸກໄໝ່ຮ່ວມໃຈບໍລິຈາກເລືອດ ໃນວັນທີ 12 ມີນາ 2020 ສູນເລືອດອົງການກາແດງ ແຂວງວຽງຈັນ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມ ແຂວງວຽງຈັນ ໄດ້ຈັດກິດຈະກຳບໍລິຈາກເລືອດແບບເປີດກ້ວາງ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (14/04/1955-14/04/2020) ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳເລ່ ໄຊຍະວົງສີ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງວຽງຈັນ ເຊິ່ງໄດ້ມີຜູ້ເຂົ້າຮ່ວມຫຼາຍພາກສ່ວນຈາກພະແນກການອ້ອມຂ້າງລວມທັງໝົດ 250 ທ່ານ ແລະ ມີຜູ້ຮ່ວມບໍລິຈາກເລືອດທັງໝົດ 156 ທ່ານ, ໃນນັ້ນ ຊາວໜຸ່ມພະນັກງານຄູອາຈານ ແລະ ນັກຮຽນ-ນັກສຶກສາຂອງວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຮ່ວມບໍລິຈາກເລືອດຈຳນວນ 114 ທ່ານ
ຂ່າວດີສຳລັບຊາວໜຸ່ມທີ່ຈົບຊັ້ນປະຖົມ(ປໍ5) ຂຶ້ນໄປ ທີ່ມີອາຍຸ 15 – 35 ປີ ວິທະຍາໄລເຕັກນິກແຂວງວຽງຈັນ ເປີດຮັບສະໝັກນັກຮຽນເຂົ້າຮຽນວິຊາຊີບຊັ້ນຕົ້ນ ລະດັບ1 (C1) ສາຂາຕັດຫຍິບ ພາຍໄຕ້ໂຄງການ SSTVET ເຊິ່ງມີລາຍລະອຽດດັ່ງນີ້:– ມີເບ້ຍລ້ຽງໃຫ້ເດືອນລະ 620,000 ກີບ;– ທີ່ພັກອາໃສຟຼີ;– ບໍ່ໄດ້ເສຍຄ່າສະໝັກ ຫຼື ລົງທະບຽນໃດໆ;– ເປີດຮັບສະໝັກ ວັນທີ 11 ມີນາ 2020 ຫາ ວັນທີ 23 ມີນາ 2020;– ເລີ່ມເຂົ້າຮຽນວັນທີ 24 ມີນາ 2020 ເປັນຕົ້ນໄປ. (ຖ້າທ່ານໃດສົນໃຈສາມາດເບີ່ງລາຍລະອຽດເພີ່ມຕື່ມຕາມແຈ້ງການດ້ານລຸ່ມ)

ແຈ້ງເຖິງ ບັນດານັກຮຽນ-ນັກສຶກສາ ທີ່ຮຽນຈົບວິຊາຊີບ ວຸດທິຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ ຊາບທົ່ວເຖິງກັນວ່າ ໃນສົກຮຽນ 2019-2020 ວິທະຍາໄລເຕັກນິກແຂວງວຽງຈັນໄດ້ຮັບຕົວເລກໂກຕ່າລັດຖະກອນຄູ ຈຳນວນ 2 ທຶນ ເຊິ່ງວິທະຍາໄລມີຄວາມຕ້ອງການຄູສອນ 6 ສາຂາວິຊາຮຽນ ແຕ່ຈະຮັບພຽງ 2 ທຶນເທົ່ານັ້ນ ສະນັ້ນຈະໄດ້ສອບເສັງຄັດເລືອກບັນຈຸເຂົ້າເປັນລັດຖະກອນຄູໃຫມ່ ໃນ 6 ສາຂາວິຊາ ຄື:– ສາຂາວິຊາ ກໍ່ສ້າງເຄຫະສະຖານ– ສາຂາວິຊາ ບໍລິຫານທຸລະກິດ– ສາຂາວິຊາ ຄອມພິວເຕີ– ສາຂາວິຊາ ທ່ອງທ່ຽວ-ໂຮງແຮມ ແລະ ອາຫານ– ສາຂາວິຊາ ສ້ອມແປງກົນຈັກ (ລົດຍົນ)– ສາຂາວິຊາ ໄຟຟ້າເຕັກນິກ, ໄຟຟ້າຄວບຄຸມ. ລາຍລະອຽດເພີ່ມເຕີ່ມອ່ານເພີ່ມໃນແຈ້ງການ ຫຼື ໂທສອບຖາມຂໍ້ມູນໄດ້ທີ 020 2227 1241, 023 400152
ວິທະຍາໄລເຕັກນິກແຂວງວຽງຈັນ ບໍລິການສ້ອມແປງລົດ TOYOTA ຟຣີ ໃນວັນທີ 28-29 ກຸມພາ 2020 ວິທະຍາໄລເຕັກນິກແຂວງວຽງຈັນ ຈະໄດ້ເປີດບໍລິການສ້ອມແປງກວດກາເຊັກ ແລະ ສ້ອມແປງພາຫານະຟຣີ (ຢີ່ຫໍ້ TOYOTA) ເຊິ່ງຈະເປີດບໍລິການສ້ອມແປງຕາມໂມງລັດຖະການທີ່ວິທະຍາໄລເຕັກນິກແຂວງວຽງຈັນ.ຂໍເຊີນພະນັກງານ ແລະ ປະຊາຊົນ ບໍ່ວ່າຢູ່ໃກ້ ຫຼື ຢູ່ໄກ ໃນແຂວງວຽງຈັນ ຫຼື ຕ່າງແຂວງ ກໍ່ສາມາດມາໃຊ້ບໍລິການກັບພວກເຮົາໄດ້…#ລາຍລະອຽດສາມາດຕິດຕໍ່ສອບຖາມໄດ້ທີ່ເບີ 020 5853 0571 ຫລື ອ່ານເພີ່ມເຕີ່ມໄດ້ທີ່ແຈ້ງການດ້ານລຸ່ມນີ້..
ຂໍເຊີນຊວນບັນດາທ່ານເຂົ້າຮ່ວມງານນັດພົບແຮງງານ ອາຊີວະສຶກສາ 2019 TVET JobFair 2019 ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ໃນວັນສຸກ ທີ 13 ທັນວາ 2019 ເລີ່ມແຕ່ເວລາ 9:00 – 16:00 ໂມງ. ໃນງານທ່ານຈະໄດ້ພົບກັບການວ່າງສະແດງຜະລິດຕະພັນສິນຄ້າ ຈາກຫຼາຍໆບໍລິສັດ ແລະ ຫຼາກຫຼາຍກິດຈະກຳຈາກຫຼາຍພາກສ່ວນ ນອກນັ້ນ, ທ່ານຈະໄດ້ຮັບຟັງການສຳມະນາຈາກວິທະຍາກອນທີ່ມີຄວາມຮູ້ ຄວາມສາມາດ ແລະ ປະສົບການ ດ້ານເຕັກນິກການຊອກ ແລະ ສະໝັກວຽກ, ການຂຽນຊີວະປະຫວັດ (cv), ການກຽມພ້ອມສຳລັບເຂົ້າສຳພາດ ເຊິ່ງເໝາະແກ່ບັນດາທ່ານບໍ່ວ່າຈະເປັນນ້ອງໆນັກສຶກສາ ຫຼື ຜູ້ທີ່ສົນໃຈໃນດ້ານການຊອກວຽກເຮັດງານທຳ. ແລ້ວພົບກັນທີ່ງານ ນັດພົບແຮງງານ ອາຊີວະສຶກສາ 2019 TVET JobFair 2019 ທີ່ວິທະຍາໄລເຕັກນິກແຂວງວຽງຈັນ.