
ພິທີເປີດຝຶກອົບຮົມເຂັ້ມ ຊ່າງສ້ອມແປງທົ່ວໄປຈັດຂື້ນຢ່າງເປັນທາງການຂອງວັນທີ25ມີຖຸນາ2019 ເປັນກຽດເປັນປະທານພິທີໂດຍທ່ານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນ ໂດຍໃຫ້ການສະນັບສສະໜູນໂດຍ ບໍລິສັດຜະລິດໄຟຟ້າ ລາດສະບູລີໂຮນດິງ ຈຳກັດ ມະຫາຊົນ ປະເທດໄທ ໂດຍການຝຶກອົບຮົມຄັ້ງນີ້ຈະຝຶກເປັນໄລຍະເວລາ15ວັນ

ໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2019 ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບທຶນການຊ່ວຍເຫລືອ ແລະ ການສະໜັບສະໜູນຂອງປະເທດລຸກຊຳບວກ ແລະ ປະເທດສະວິດສະແລນ ໄດ້ຈັດພິທີເປີດການກໍ່ສ້າງໂຮງແຮມຝຶກຂອງວິທະຍາໄລເຕັກນິກ ແຂວງວຽງຈັນ (ວິທະຍາເຂດວັງວຽງ) ພາຍໃຕ້ໂຄງການທັກສະສຳລັບວຽກງານທ່ອງທ່ຽວ (ລາວ.029) ເຊິ່ງໂຮງແຮມດັ່ງກ່າວຈະຮອງຮັບພາກປະຕິບັດຕົວຈິງຂອງນັກຮຽນ-ນັກສຶກສາສາຂາອາຫານ ແລະ ການໂຮງແຮມ ແລະ ສາຂາບໍລິຫານທຸລະກິດ ທີ່ສຶກສາຢູ່ວິທະຍາເຂດວັງວຽງ (ສາຂາຂອງວິທະຍາໄລເຕັກນິກແຂວງວຽງຈັນ ທີຢູ່ວັງວຽງ) ເປັນປະທານໃນພິທີໂດຍທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຈິນພອສ ເຊັນນີເຈີ ເອກອັກຄະລັດຊະທູດລຸກຊຳບວກປະຈຳລາວ, ທ່ານ ນາງ ບາຣບາຣາ ແຈກກີ ແຮສາເລີ ຮອງຜູ້ອຳນວຍການການຮ່ວມມືອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມື ພ້ອມທັງແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງເຂົ້າຮ່ວມ.

ຕອນບ່າຍວັນທີ 9 ພຶດສະພາ 2019 ອົງການກາແດງໄດ້ມາຮັບບໍລິຈາກເລືອດທີ່ວິທະຍາໄລເຕັກນິກແຂວງວຽງຈັນ ສາຂາວັງວຽງ ແລະ ໄດ້ມີອາສາສະມັກບໍລິຈາກເລືອດ ຈາກຄູ-ອາຈານ ແລະ ນ້ອງນັກຮຽນ-ນັກສຶກສາ ທັງໝົດ 32 ຄົນ ສາມາດຮັບບໍລິຈາກເລືອດໄດ້ທັງໝົດ 32 ຖົງ
ວິທະຍາໄລເຕັກນິກແຂວງວຽງຈັນພວກເຮົາມີແຜນເປີດການຮຽນ-ການສອນ ຫຼັກສູດວິຊາຊີບຊັ້ນຕົ້ນລະດັບ1 (C1) ໃນໄລຍະເວລາ 3 ເດືອນ ໃນສາຂາວິຊາຮຽນທີ່ວິທະຍາໄລເຕັກນິກແຂວງວຽງຈັນມີຄວາມພ້ອມ ດັ່ງລາຍລະອຽດໃນ ສັງສືສະເໜີດ້ານລຸ່ມ ສຳຫຼັບຜູ້ທີ່ສົນໃຈສາມາດເຂົ້າມາພົວພັນນຳ ວິທະຍາໄລພວກເຮົາໄດ້ ຕາມໂມງລັດຖະການ ຫຼື ສາມາດສອບຖາມຂໍ້ມູນໄດ້ທີ່ເບີ 023400152

ວັນທີ 03 ພຶດສະພາ 2019 ເວລາ 8 ໂມງ 30 ນາທີ ໄດ້ຈັດພິທີເປີດການແຂ່ງຂັນທັກສະສີມືຂຶ້ນ ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ສາຂາວັງວຽງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນ, ທ່ານ ທອງສາ ອິນທະວົງ ຮອງຜູ້ອຳນວຍການຝ່າຍ ວິຊາການ ພ້ອມດ້ວຍຫົວໜ້າພະແນກ, ຫົວໜ້າພາກວິຊາ ຕະຫຼອດເຖິງຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ສາຂາວັງວຽງເຂົ້າຮ່ວມຢ່າງພ້ອມພຽງ ການແຂ່ງຂັນທັກສະສີມືໃນຄັ້ງນີ້ແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ບັນດານັກຮຽນ-ນັກສຶກສາໄດ້ນຳໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້ຮຽນມາເຂົ້າໃນການປະຕິບັດຕົວຈິງໃຫ້ຫຼາຍຂຶ້ນ ເຊິ່ງໄດ້ຄັດເລືອກເອົານັກຮຽນປີທີ1,2,3 ເຂົ້າຮ່ວມໃນການແຂ່ງຂັນໃນຫົວຂໍ້ຕ່າງໆເຊັ່ນ: ຝຶກພິມພາສາລາວ, Excel ໃນວຽກງານບັນຊີ, ສ້າງເອກະສານທາງການ, ອອກແບບນາມບັດ, ມ້າງປະກອບຄອມພິວເຕີ, ຫຍິບກະໂປ່ງໂຕະ, ພັບຜ້າເຊັດປາກ, ຕຳໝາກຫຸ່ງລີລາ…ເປັນຕົ້ນ.

ວັນທີ 12 ເມສາ 2019 ເວລາ 10:00 ໂມງ ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຈັດພິທີປະກາດຜູ້ອຳນວຍການຄົນໃໝ່ ໃຫ້ກຽດເຂົ້າຮ່ວມ ໂດຍຄະນະພັກຄະນະຊວງສຶກສາທິການ ແລະ ກິລາ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ, ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາ ແລະ ການນຳແຂວງວຽງຈັນ ຕະຫຼອດຮອດອາດີດຜູ້ອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນ ແລະ ພະນັກງານຄູ-ອາຈານເຂົ້າຮ່ວມ ໂດຍໄດ້ປະກາດແຕ່ງຕັ້ງ ທ່ານ ທອງຫຼໍ່ ວິໄລທອງ ເປັນຜູ້ອຳນວຍການຂອງວິທະຍາໄລເຕັກນິກ ແຂວງວຽງຈັນຄົນໃໝ່

ໃນວັນທີ 5 ເມສາ 2019 ບໍລິສັດ TOYOTA LAO THANI ໄດ້ມາອວຍພອນປີໃໝ່ ພສ 2562 ແດ່ຄະນະນຳ ວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ປຶກສາຫາລືກ່ຽວກັບການຮ່ວມມືກັນໃນອານາຄົດ.

ໃນວັນທີ 4 ເມສາ 2019 ວິທະຍາໄລເຕັກນິກ ແຂວງວຽງຈັນໄດ້ຕ້ອນຮັບຮອງຜູ້ອຳນວຍການ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ເມືອງ ຫຼີ່ວໂຈ ແຫ່ງ ສປຈີນ ພ້ອມດ້ວຍຄະນະ ຊຶ່ງທັງສອງຝ່າຍໄດ້ຕົກລົງເຫັນດີຮ່ວມມືກັນພັດທະນາໃນດ້ານ Raiway signaling and control.

ແຈ້ງການເຖິງ ພະນັກງານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາ ວິທະຍາໄລເຕັກນິກ ແຂວງວຽງຈັນຊາບທົ່ວເຖິງກັນ ສຳລັບການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃຫມ່ລາວ ປະຈຳ ພສ 2562 (ຄສ 2019) ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 12 ເມສາ 2019, ສ່ວນລາຍລະອຽດຕ່າງໆແມ່ນອີງຕາມແຈ້ງການດ້ານລຸ່ມນີ້:

ໃນວັນທີ 28 ມີນາ 2019 ວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ຕ້ອນຮັບຂະບວນທັດສະນະສຶກສາ ຂອງນັກສຶກສາລະບົບບຳລຸງ 45 ວັນ ຊຸດທີ 38 ຂົງເຂດສຶກສາ ແລະ ກິລາ ແຂວງບໍລິຄຳໄຊ ໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ໄດ້ມາແລກປ່ຽນບົດຮຽນ ທີ່ວິທະຍາໄລເຕັັກນິກ ແຂວງວຽງຈັນ ຕ້ອນຮັບໂດຍ ທ່ານ ທອງສາ ອິນທະວົງ ຄະນະອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນ ຫຼັງຈາກສຳເລັດການແລກປ່ຽນບົດຮຽນ ກໍ່ໄດ້ມີການແຂ່ງຂັນກິລາບານສົ່ງເພື່ອມິດຕະພາບ ລະຫວ່າງນັກສຶກສາລະບົບບຳລຸງ 45 ວັນ ໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ແລະ ພະນັກງານຄູ ວິທະຍາໄລເຕັກນິກແຂວງວຽງຈັນ .