
ໃນຕອນບາຍຂອງວັນທີ 28 ມີນາ 2019 ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຕ້ອນຮັບການມາຢ້ຽມຢາມເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ແຂວງວຽງຈັນ ໂດຍມີ ທ່ານ ສົມດີ ແກ້ວດາລາວິນ ຮອງປະທານສະພາປະຊາຊົນແຂວງວຽງຈັນ ເຂດເລືອກຕັ້ງທີ 10, ທ່ານ ນາງ ແສງທອງ ໄຊຊະນະວົງ ປະທານກວດກາລັດ ເມືອງວຽງຄຳ ສະມາຊິກສະພາປະຊາຊົນ ແຂວງວຽງຈັນ ຫົວໜ້າໝ່ວຍເຂດເລືອກຕັ້ງ ເມືອງວຽງຄຳ, ທ່ານ ນາງ ກົງຈິດ ນ້ອຍເທບອຳນວຍ ສະມາຊິກສະພາປະຊາຊົນ ແຂວງວຽງຈັນ ຄະນະອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ທ່ານ ສີໂຫ ແສງສະຫວ່າງ ຄະນະໜ່ວຍເລືອກຕັ້ງເມືອງວຽງຄຳ ຄະນະອຳນວຍການ ໂຮງໝໍ ແຂວງວຽງຈັນ. ເຊິ່ງກອງປະຊຸມໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ແຂວງວຽງຈັນໃຫ້ແກ່ ພະນັກງານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາ.

ໃນຕອນບາຍຂອງວັນທີ 26 ມີນາ 2019 ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຕ້ອນຮັບການມາແລກປ່ຽນບົດຮຽນ ຂອງຄູ-ອາຈານ ແລະ ນັກສຶກສາ ຈາກສະຖາບັນພັດທະນາອາຊີວະສຶກສາ ພາກວິຊາ ບໍລິຫານ ແລະ ການບໍລິການ ຈຳນວນ 40 ຄົນ.

ໃນຕອນເຊົ້າຂອງວັນອັງຄານ ທີ 20 ພະຈິກ 2018 ໂຄງການ GIZ ພ້ອມດ້ວຍທີມງານຈາກຫຼາຍພາກສ່ວນ ຈຳນວນ 49 ທ່ານ ໄດ້ລົງຢຽມຢາມ ແລະ ຮັບຟັງການລາຍງານການຮຽນ-ການສອນຫຼັກສູດ C1, C2 ແລະ ການຮຽນແບບ DCT ທີວິທະຍາໄລເຕັກນິກແຂວງວຽງຈັນ.

ວັນທີ 07 ມີນາ 2019 ວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ຈັດງານແຂ່ງຂັນທັກສະສີມື ແລະ ວາງສະແດງຜົນຜະລິດຂອງນັກຮຽນ-ນັກສຶກສາ ປະຈຳສົກຮຽນ 2018-2019