
ວັນທີ 4 ກຸມພາ 2021 ຜ່ານມາ ວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ໄປທັດສະນະສຶກສາຢູ່ທີ່ ວິທະຍາໄລເຕັກນິກ ປາກປ່າສັກ ກ່ຽວກັບ ການຮ່ວມກັນສ້າງຫຼັກສູດວິຊາຊີບຊັ້ນສູງ ສາຂາວິຊາ ການຄ້າເລັກໂຕຣນິກ ເຊິ່ງນຳທິມໂດຍ ທ່ານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການ ວິທະຍາໄລເຕັກນິກແຂວງວຽງຈັນ.

ແຈ້ງການຂອງວິທະຍາໄລເຕັກນິກແຂວງວຽງຈັນ ສະບັບເລກທີ 0577/ວຕ.ວຈ,ລົງວັນທີ 10 ມີຖຸນາ 2020 ເລື່ອງການເປີດການຮຽນ-ການສອນຄືນໃໝ່ຂອງນັກຮຽນ-ນັກສຶກສາ ປີທີ 1 ແລະ ປີທີ 2 ເລີ່ມແຕ່ວັນທີ 15 ເປັນຕົ້ນໄປ.
ວິທະຍາໄລເຕັກນິກແຂວງວຽງຈັນພວກເຮົາມີແຜນເປີດການຮຽນ-ການສອນ ຫຼັກສູດວິຊາຊີບຊັ້ນຕົ້ນລະດັບ1 (C1) ໃນໄລຍະເວລາ 3 ເດືອນ ໃນສາຂາວິຊາຮຽນທີ່ວິທະຍາໄລເຕັກນິກແຂວງວຽງຈັນມີຄວາມພ້ອມ ດັ່ງລາຍລະອຽດໃນ ສັງສືສະເໜີດ້ານລຸ່ມ ສຳຫຼັບຜູ້ທີ່ສົນໃຈສາມາດເຂົ້າມາພົວພັນນຳ ວິທະຍາໄລພວກເຮົາໄດ້ ຕາມໂມງລັດຖະການ ຫຼື ສາມາດສອບຖາມຂໍ້ມູນໄດ້ທີ່ເບີ 023400152

ວັນທີ 03 ພຶດສະພາ 2019 ເວລາ 8 ໂມງ 30 ນາທີ ໄດ້ຈັດພິທີເປີດການແຂ່ງຂັນທັກສະສີມືຂຶ້ນ ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ສາຂາວັງວຽງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິທະຍາໄລເຕັກນິກແຂວງວຽງຈັນ, ທ່ານ ທອງສາ ອິນທະວົງ ຮອງຜູ້ອຳນວຍການຝ່າຍ ວິຊາການ ພ້ອມດ້ວຍຫົວໜ້າພະແນກ, ຫົວໜ້າພາກວິຊາ ຕະຫຼອດເຖິງຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ສາຂາວັງວຽງເຂົ້າຮ່ວມຢ່າງພ້ອມພຽງ ການແຂ່ງຂັນທັກສະສີມືໃນຄັ້ງນີ້ແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ບັນດານັກຮຽນ-ນັກສຶກສາໄດ້ນຳໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້ຮຽນມາເຂົ້າໃນການປະຕິບັດຕົວຈິງໃຫ້ຫຼາຍຂຶ້ນ ເຊິ່ງໄດ້ຄັດເລືອກເອົານັກຮຽນປີທີ1,2,3 ເຂົ້າຮ່ວມໃນການແຂ່ງຂັນໃນຫົວຂໍ້ຕ່າງໆເຊັ່ນ: ຝຶກພິມພາສາລາວ, Excel ໃນວຽກງານບັນຊີ, ສ້າງເອກະສານທາງການ, ອອກແບບນາມບັດ, ມ້າງປະກອບຄອມພິວເຕີ, ຫຍິບກະໂປ່ງໂຕະ, ພັບຜ້າເຊັດປາກ, ຕຳໝາກຫຸ່ງລີລາ…ເປັນຕົ້ນ.

ວັນທີ 07 ມີນາ 2019 ວິທະຍາໄລເຕັກນິກແຂວງວຽງຈັນ ໄດ້ຈັດງານແຂ່ງຂັນທັກສະສີມື ແລະ ວາງສະແດງຜົນຜະລິດຂອງນັກຮຽນ-ນັກສຶກສາ ປະຈຳສົກຮຽນ 2018-2019