ວັນທີ 05 ກຸມພາ 2021 ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຕ້ອນຮັບຄະນະຜູ້ບໍລິຫານ ແລະ ຄູ-ອາຈານ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງສະຫວັນນະເຂດ ທີ່ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນດ້ານ 3 ອົງການຈັດຕັ້ງ ແລະ ວຽກງານວິຊາການ ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ເປັນກຽດເປັນປະທານໄດ້ແກ່: 1. ທ່ານ ທອງຫຼ່ໍ ວິໄລທອງ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວິທະຍາໄລເຕັກນິກ ແຂວງວຽງຈັນ;2. ທ່ານ ນ.ກົງຈິດ ນ້ອຍເທບອໍານວຍ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການ, ຜູ້ຊີ້ນຳວຽກງານສະຫະພັນແມ່ຍິງ ວິທະຍາໄລເຕັກນິກ ແຂວງວຽງຈັນ; 3. ທ່ານ ທອງສາ ອິນທະວົງ ຄະນະພັກຮາກຖານ, ຮອງຜູ້ອຳນວຍການ, ເລຂາຊາວໜຸ່ມຮາກຖານ ວິທະຍາໄລເຕັກນິກ ແຂວງວຽງຈັນ;4. ທ່ານ ບຸນຕາ ອຸທອນຮັກ ຮອງຜູ້ອຳນວຍການ, ປະທານສະຫະພັນກໍາມະບານ ວິທະຍາໄລເຕັກນິກ ແຂວງວຽງຈັນ;5. ທ່ານ ສຸກສະຫວັດ ໄຄຍະລາດ ຮອງຜູ້ອໍານວຍການ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງສະຫວັນນະເຂດ;6. ທ່ານ ສາຍທອງ ບຸດຈັນທະລາດ ຮອງຜູ້ອໍານວຍການ, ປະທານສະຫະພັນກໍາມະບານ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງສະຫວັນນະເຂດ;7. ທ່ານ ນ.ບົວກອງ ໄຊຍະເພັດ ປະທານສະຫະພັນແມ່ຍິງ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງສະຫວັນນະເຂດ. ນອກນັ້ນ ກໍ່ຍັງບັນດາຄະນະ ແລະ ສະມາຊິກໃນ3ອົງການຈັດຕັ້ງ, ບັນດາຄະນະພະແນກ, ຄະນະພາກວິຊາ ພ້ອມທັງຄູ-ອາຈານພະນັກງານຂອງ ທາງວິທະຍາໄລເຕັກນິກ-ວິຊາຊີບ ແຂວງສະຫວັນນະເຂດ ແລະ ມີຫົວໜ້າພະແນກ, ຫົວໜ້າພາກວິຊາ, ຄະນະໃນ3ອົງການຈັດຕັ້ງຂອງ ທາງວິທະຍາໄລເຕັກນິກ ແຂວງວຽງຈັນ ກໍ່ເຂົ້າຮ່ວມ.
