
ໃນຕອນບ່າຍຂອງ ວັນທີ 14 ທັນວາ 2022 ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາວັນຊາດ ສປປ ລາວ ຄົບຮອບ 47 ປີ (02 ທັນວາ 1975 – 02 ທັນວາ 2022) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920 – 13 ທັນວາ 2022) ຂຶ້ນ ເພື່ອເປັນການເຜີ່ຍແຜ່ເອກະສານ ໃຫ້ແກ່ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາຂອງວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ເຊື່ອມຊຶ່ມມູນເຊື່ອ, ຄວາມໝາຍຄວາມສຳຄັນຂອງວັນຊາດ 2 ທັນວາ ແລະ ຊີວິດ ການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ. ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານRead More…

ວັນທີ 07 ທັນວາ 2022 ວິທະຍາໄລເຕັກນິກ ແຂວງວຽງຈັນ, ວິທະຍາເຂດວັງວຽງ ໄດ້ຮັບກຽດຕ້ອນຮັບ ສົມເດດ ພຣະຣາຊາ ຄຣັງ ດຸກ ອັງຣີ ແຫ່ງຣາຊະອານາຈັກ ລຸກຊຳບວກ ພ້ອມດ້ວຍຄະນະ, ທີ່ໄດ້ໃຫ້ກຽດມາຢ້ຽມຊົມໂຮງແຮມຝຶກປະຕິບັດ The Academy ຂອງວິທະຍາໄລເຕັກນິກ ແຂວງວຽງຈັນ, ວິທະຍາເຂດວັງວຽງ.

ວັນທີ 6 ທັນວາ 2022 ເປັນກຽດເປັນປະທານພິທີເປີດຝືກອົບຮົມ (ອອນລາຍ) ລົດຍົນພະລັງງານໃຫມ່ໃຫ້ກັບ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໂດຍ ທ່ານ ສຈ ຮັນ ທິເວິນ ຮອງອະທິການບໍດີ ມະຫາວິທະຍາໄລອາຊີວະສຶກສາ ອຸດສາຫະກໍາ ແລະ ເຕັກໂນໂລຊີ ເຫີເປ່ ແລະ ທ່ານ ທອງສາ ອິນທະວົງ ຮອງຜູ້ອໍານວຍການວິທະຍາໄລເຕັກນິກແຂວງວຽງຈັນ ມີແຂກຈາກສປ ຈີນເຂົ້າຮ່ວມ, ຈາກພະແນກ, ພາກວິຊາອ້ອມຂ້າງ ການຝືກອົບຮົມຄັ້ງນີ້ແມ່ນພາຍໃຕ້ການຮ່ວມມືລະຫວ່າງສອງສະຖານສຶກສາ ເພື່ອໃຫ້ຄູ ແລະ ນັກຮຽນປີສຸດທ້າຍຮູ້ລະບົບ ແລະ ຫຼັກການເຮັດວຽກຂອງ ລົດພະລັງງານໃຫມ່ເພື່ອສາມາດຮອງຮັບການນໍາໃຊ້ລົດພະລັງງານໃຫມ່ໃນຕໍ່ຫນ້າ ການຝຶກອົບຮົມຄັ້ງນີ້ແມ່ນຈະດຳເນີນການເປັນ ເວລາ 4 ວັນ.

ຕ້ອນຮັບການຢ້ຽມຢາມຂອງທ່ານຮອງລັດຖະມົນຕີກະຊວງແຜນການ-ການລົງທຶນ ພ້ອມເອກອັກຄະລັດຖະທູດ ແລະ ອຸປະທູດ, ຕອນບ່າຍຂອງວັນທີ16ພຶດສະພາ ປີ2022 ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ພາກວິຊາການໂຮງແຮມ ແລະ ທ່ອງທ່ຽວ (ເມືອງວັງວຽງ)ໂຮງແຮມຝຶກປະຕິບັດ ໄດ້ມີພິທີການຕ້ອນຮັບການຢ້ຽມຢາມຂອງທ່ານຮອງລັດຖະມົນຕີກະຊວງແຜນການ-ການລົງທຶນ ພ້ອມເອກອັກຄະລັດຖະທູດ ແລະ ອຸປະທູດ, ຫົວໜ້າກົມອາຊີວະສຶກສາ ແລະ ຜູ້ອໍານວຍການວິທະຍາໄລເຕັກນິກແຂວງວຽງຈັນ, ຄະນະພາກວິຊາ ພ້ອມແຂກທີຖືກເຊີນເຂົ້າຮ່ວມ ແລະ ຍັງໄດ້ທ່ຽວຊົມທຸກພະແນກຂອງໂຮງແຮມ ພ້ອມຮັບປະທານອາຫານທ່ຽງທີຮ້ານອາຫານໂຮງແຮມຝຶກປະຕິບັດ Previous Next

ຕອນບ່າຍຂອງວັນທີ 08 ກຸມພາ 2022 ສະຫະພັນກຳມະບານ ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຂຶ້ນ ເຊິ່ງໃຫ້ກຽດຂຶ້ນເລົ່າມູນເຊື້ອໃນຄັ້ງນີ້ໂດຍ ທ່ານ ທອງຫຼໍ່ ວິໄລທອງ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ໄດ້ມີຄະນະສະຫະພັນກຳມະບານວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ສະມາຊິກກຳມະບານ ຂອງແຕ່ລະໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.

Previous Next ຕອນບ່າຍຂອງວັນທີ 07 ກຸມພາ 2022 ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ໄປຢ້ຽມຢາມບໍລິສັດ ເປ້ເຕີເຄື່ອງນຸ່ງຮົ່ມລາວ, ເພື່ອວາງແຜນໃນການຮ່ວມມືດ້ານການຮຽນ-ການສອນໃນອານາຄົດຮ່ວມກັນ. ນຳພາໂດຍ ທ່ານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ຄະນະພະແນກ, ຄະນະພາກວິຊາ ແລະ ພະນັກງານຄູ-ອາຈານເຂົ້າຮ່ວມ ເຊິ່ງໄດ້ຮັບການຕ້ອນຮັບຈາກບໍລິສັດເປັນຢ່າງດີ.

ວັນທີ 03 ກຸມພາ 2022 ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ເປີດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ສະມາຊິກພັກ ວິທະຍາໄລເຕັກນິກ ແຂວງວຽງຈັນ ໂດຍໃຫ້ກຽດຜ່ານເອກະສານເຊື່ອມຊຶມໂດຍ ສະຫາຍ ທອງຫຼໍ່ ວິໄລທອງ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ວິທະຍາໄລເຕັກນິກແຂວງວຽງຈັນ ເຊິ່ງມີສະມາຊິກພັກເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ໃນຕອນບ່າຍຂອງວັນທີ 27 ມັງກອນ 2022 ໄດ້ມີພິທີເຊັນສັນຍາຮັບທຶນການຊ່ວຍເຫຼືອຈາກໂຄງການ (VEFF) ໃຫ້ສະຖານອາຊີວະສຶກສາ ແລະ ສະຖານປະກອບການ ທີ່ຈັດຕັ້ງປະຕິບັດການຮຽນ-ການສອນ ໃນຮູບແບບ DCT ຮ່ວມກັນ, ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມວິທະຍາໄລເຕັກນິກ ແຂວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ສົມລິດ ວິລາວົງ ຮອງຫົວໜ້າກົມອາຊີວະສຶກສາ, ທ່ານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ທ່ານ ໄມເຄິນ ຊຸນເຊີ ຫົວໜ້າທີມຊ່ຽວຊານຂອງໂຄງການສະໜັບສະໜູນການເງິນອາຊີວະສຶກສາ (VEFF) , ພ້ອມນັ້ນຍັງມີຕ່າງໜ້າຈາກກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ, ທີມງານໂຄງການ VEFF, ຕ່າງໜ້າຈາກສະຖານປະກອບການ ຕະຫຼອດຮອດຫົວໜ້າພະແນກ, ຄະນະພະແນກ, ຄະນະພາກວິຊາ ແລະ ຄູ-ອາຈານພາຍໃນວິທະຍາໄລເຕັກນິກ ແຂວງວຽງຈັນ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.