ຕອນບ່າຍຂອງວັນທີ 11 ກຸມພາ 2021 ສະມາຊິກສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໄດ້ລົງໂຄສະນາຫາສຽງຢູ່ທີ່ ວິທະຍາໄລເຕັກນິກ ແຂວງວຽງຈັນ ເຊິ່ງນຳພາໂດຍ ທ່ານ ພອນເພັດ ຈິດຕະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ຜູ້ສະໝັກ ສສຂ ທັງ 05 ທ່ານ ຄື: ເບີ01 ທ່ານ ສວຍ ວົງສາລາດ ເບີ02 ທ່ານ ວັນໄຊ ເນຕິບັນດິດ ເບີ03 ທ່ານ ນາງ ຂັນຄຳ ສຸດຊະນະຫົງເບີ04 ທ່ານ ສາຍໃຈ ພົງສະນິດ ເບີ05 ທ່ານ ຕຽງຄຳ ແສງສຸລິຈັນ. ກ່າວຕ້ອນຮັບໂດຍ ທ່ານ ທອງຫຼ່ໍ ວິໄລທອງ ເລຂາຄະນະພັກຮາກຖານວິທະຍາໄລ ຜູ້ອຳນວຍການວິທະຍາໄລເຕັກນິກ ແຂວງວຽງຈັນ ແລະ ໄດ້ມີຜູ້ເຂົ້າຮ່ວມທັງໝົດ 540 ຄົນ, ເປັນພະນັກງານຄູ-ອາຈານ ຈຳນວນ 80 ຄົນ, ນັກຮຽນ-ນັກສຶກສາ ຈຳນວນ 460 ຄົນ.